ຝຶກອົບຮົມວຽກງານການຂຽນຂ່າວ ແລະ ອັບໂຫຼດຮູບພາບໃນບົດຂ່າວ

 

       ໃນຕອນເຊົ້າເວລາ 08:00 ໂມງ ຂອງວັນທີ 30 ເມສາ 2025ທີ່ຫ້ອງປະຊຸມ ຫ້ອງການ ຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມເມືອງນອງ, ໄດ້ຈັດກອງປະຊຸມຝຶກອົບຮົມ ການຂຽນຂ່າວ ແລະ ອັບໂຫຼດຮູບພາບໃນບົດຂ່າວ ໂດຍການເປັນປະທານຂອງ ທ່ານ ສີວິໄລພອນ ສີສຸວົງ ຮອງຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ພ້ອມທັງຄະນະພະແນກ ຊສ ແຂວງ,ເຊີ່ງມີຜູ້ເຂົ້າຮ່ວມທັງໝົດ 10 ທ່ານ,ຍິງ 04 ທ່ານ  ໄດ້ຝຶກອົບຮົມວຽກງານການຂຽນຂ່າວ ໃນເວັບ blogger ເຊີ່ງມີຢູ່ 3 ໜ້າວຽກຄື: 

1.ການຂຽນຂ່າວສານຕ່າງໆທີ່ມີການເຄື່ອນໄຫວໃນຫ້ອງການ ຊສ ເມືອງນອງ.

2. ການຄົ້ນຫານິຕິກໍາຕ່າງໆ ໃນເວັບໄຊ blogger 

3. ການຂາຍແບບຟອມເອກະສານ ແບບປະຕູດຽວ ຜ່ານອອນໄລ.

     ຜ່ານການຝຶກອົບຮົມວຽກງານການຂຽນຂ່າວໃນເວັບໄຊ blogger  ທາງຫ້ອງການ ຊສ ເມືອງນອງກໍ່ໄດ້ເຂົ້າໃຈຢ່າງເລີກເຊີ່ງໃນການຂຽນຂ່າວຕ່າງໆ ແລະ ການຝຶກອົບຮົມກໍ່ໄດ້ສີ້ນສຸດລົງ ໃນເວລາ 11:30 ໂມງ ຂອງວັນທີ 30 ເມສາ 2025,ອີກເທື່ອ 1 ທາງຄະນະຫ້ອງການ ຊສ ເມືອງນອງ ພ້ອມພະນັກງານວິຊາການ ກ່າວຂໍຂອບໃຈນໍາຄະນະພະແນກ ຊສ ແຂວງ ທີ່ໄດ້ລົງມາຖອດຖອນບົດຮຽນດັ່ງກ່າວໃຫ້ທາງ ຫຊສ ເມືອງນອງ. 

















ไม่มีความคิดเห็น:

ads
ขับเคลื่อนโดย Blogger.